Luangprabang is city Amazing beautiful # ໃນຄ່ຳຄຶນ ວັນລອຍກະທົງ ແລະແຮ່ເຮຶອໄຟທີ່ຫລວງພະບາງ

in #photography8 years ago (edited)

Original image no longer available
ສະບາຍດີ ຫມົດທຸກຄົນ ເປັນຈັ່ງໃດມີໃຜໄດ້ໄປລອຍກະທົງແດ່ມຶ້ວານນີ້ ອອກພັນສາປີນີ້ກະເປັນອີກປີທີ່ຫລວງພະບາງ ຈັດງານແຫ່ເຮຶອໄຟ ເຊິ່ງ ປະເພນີໄຫລເຮຶອໄຟ ນີ້ຫລວງພະບາງຈະຈັດ ງານແຂ່ງຂັນເຮຶອໄຟ ຂອງແຕ່ລະບ້ານ. ແຕ່ລະຫ້ອງການ ຫຶລແຕ່ລະໂຮງຮຽນ ເຊິ່ງປະເພນີການໄຫລເຮຶອໄຟ-ລອຍກະທົງນີ້ ຈະມີການຈັດປະຕິບັດຄຶກັນທົ່ວປະເທດ ແຕ່ຫລວງພະບາງຈະ ຕ່າງຈາກແຂວງອຶ່ນໆກະຄຶ
Original image no longer available
ຫລວງພະບາງ ຈະຈັດຂະບວນແຫ່ເຮຶອໄຟຫລັງຈາກ ວັນສິນ ກະຄຶມຶ້ທັດ ໄປ ເຊິ່ງໃນຂະບວນແຫ່ເຮຶອໄຟ ຈະປະກອບມີຫລາຍພາກສ່ວນເຂົ້າຮ່ວມ ມີການຟ້ອນລຳ, ທຳເພງຕ່າງໆຍ່າງມ່ວນຊຶ່ນ
Original image no longer available
ເຊິ່ງປີນີ້ກະເປັນປີທຳອິດ ທີ່ຂ້ອຍໄດ້ ໃສ່ຊຸດຜ້າໄຫມ ເຂົ້າຮ່ວມ ແລະເກັບພາບມາຝາກ ແລະວັດໃນຕົວເມຶອງຫລວງພະບາງກໍ່ມີການໄຕ້ໂຄມໄຟ ປະດັບປະດາຢ່າງສວຍງາມ ເນຶ່ອງຈາກວ່າແຂວງຫລວງພະບາງເປັນ ເມຶອງມໍລະດົກໂລກ ຜູ້ຄົນສ່ວຍຫລາຍຕ່າງກໍ່ໃຫ້ ຄວາມສົນໃຈ ແລະ ມາທ່ຽວຊົມຢ່າງຄັບຄາຫນາແຫນ້ນ

Original image no longer available
ພາບບັນຍາກາດ ຂະບວນແຫ່ເຮຶອໄຟໃນຄ່ຳຄຶນທີ່ສວຍງາມ ນີ້ແມ່ນເພຶ່ອບູຊາ ຜູ້ມີພະຄຸນ ແລະແມ່ນ້ຳ, ພະຍານາກຜູ້ປົກປັກຮັກສາບ້ານເມຶອງ ແຕ່ລະຄົນທີ່ມາບູຊາມາລອງກະທົງກໍ່ຈະ ມີການຂໍພອນ ຕ່າງໆ
Original image no longer available
ແນວໃດກະອອກພັນສາແລ້ວຂໍໃຫ້ທຸກຄົນ ສຸກກາຍສະບາຍໃຈ ເດີ
Love steemit and friends